ກ່ອນການຕິດຕັ້ງ, ກະລຸນາກວດສອບໃຫ້ແນ່ໃຈວ່າ:
- iPhone ຂອງທ່ານ ໄດ້ຮັບການອັບເດດເປັນ iOS ລຸ້ນຫຼ້າສຸດແລ້ວ.
- Apple Watch ຂອງທ່ານ ກໍພວມໃຊ້ງານ watchOS ລຸ້ນຫຼ້າສຸດ.
- ທ່ານໄດ້ເຊື່ອມຕໍ່ Apple Watch ກັບ iPhone ຂອງທ່ານແລ້ວ.
- ກົດໃສ່ລິ້ງ:
http://link.laosgolf.la/mobile-apps
- ຫຼື ເປີດ App Store ໃນ iPhone ຂອງທ່ານ ແລະ ຄົ້ນຫາ "
LaosGolf".
- ກົດໃສ່ຮູບໂລໂກ້ LaosGolf ແລະ ເລືອກ "Download (ຮັບ)" ເພື່ອຕິດຕັ້ງແອັບໃນ iPhone ຂອງທ່ານ.
- ຫຼັງຈາກຕິດຕັ້ງ LaosGolf ແລ້ວ, ໃຫ້ເປີດແອັບ "Watch" ໃນ iPhone.
- ໃນແອັບ Watch, ເລືອກແຖບ “My Watch (ໂມງຂອງຂ້ອຍ)”.
- ເລື່ອນລົງມາ ແລະ ຊອກຫາ LaosGolf ໃນລາຍຊື່ “Available Apps (ແອັບທີ່ມີໃຫ້ຕິດຕັ້ງ)”.
- ກົດປຸ່ມ “Install (ຕິດຕັ້ງ)” ທາງຂ້າງແອັບ LaosGolf ເພື່ອຕິດຕັ້ງມັນໃສ່ Apple Watch ຂອງທ່ານ.
- ຫຼັງຈາກຕິດຕັ້ງສຳເລັດ, ເປີດ Apple Watch ແລະ ກົດປຸ່ມ Digital Crown ເພື່ອເບິ່ງລາຍຊື່ແອັບ.
- ຊອກຫາ ແລະ ເປີດແອັບ LaosGolf ເພື່ອເລີ່ມຕົ້ນການນຳໃຊ້.